ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມເຕັກນິກເຫຼົ່າຮົບເປີດຊຸດຝຶກອົບຮົມການນຳໃຊ້
ແລະ ສ້ອມແປງຣາດາ ໄລຍະສັ້ນ 10 ເດືອນຊຸດທີ I


ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ໃນວັນທີ 01 ກຸມພາ 2024 ທີ່ຜ່ານມານີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ເປີດຊຸດຝຶກອົບຮົມການນຳໃຊ້ ແລະ ສ້ອມແປງ
ຣາດາ ໄລຍະສັ້ນ 10 ເດືອນ ຊຸດທີ I ຢູ່ວິທະຍາຄານເຕັກນິກການທະຫານໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງ
ຈຳປາບານ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ປ.ອ ຟອງສະໝຸດ ພົນທິລາດ
ຄະນະພັກອົງການກົມໃຫຍ່ເຕັກນິກ ຫົວໜ້າກົມເຕັກນິກເຫຼົ່າຮົບ ພ້ອມດ້ວຍຄະນະ, ມີບັນດາຄະນະກົມທີ່ກ່ຽວຂ້ອງ, ຕະຫຼອດຮອດພະນັກງານ
ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ຂຶ້ນອ່ານຂໍ້ຕົກລົງ ຂອງ ກົມ
ໃຫຍ່ເຕັກນິກກອງທັບ ວ່າດ້ວຍການເປີດຝຶກອົບຮົມໄລຍະສັ້ນ 10 ເດືອນການນໍາໃຊ້ ແລະ ສ້ອມແປງຣາດາ P-18A, P-18BM ຢູ່ວິທະຍາ
ຄານເຕັກນິກການທະຫານ, ອີງຕາມຂໍ້ຕົກລົງເພີ່ມເຕີມຂອງ ກະຊວງປ້ອງກັນປະເທດ ສະບັບເລກທີ 130/ກປທ, ລົງວັນທີ 09 ມີນາ 2023
ວ່າດ້ວຍການແຕ່ງຕັ້ງເພີ່ມເຕີມຄູຝຶກອົບຮົມ ແລະ ພະນັກງານປຸງແຕ່ງ ເຂົ້າໃນການຝຶກອົບຮົມໄລຍະສັ້ນ 10 ເດືອນ ການນໍາໃຊ້ສ້ອມແປງຣາ
ດາ P-125-2TM ຢູ່ວິທະຍາຄານການເຕັກນິກການທະຫານ ສົກຮຽນ 2024-2025. ໃນນີ້ກົມໃຫຍ່ເຕັກນິກກອງທັບ ຕົກລົງໃຫ້ວິທະຍາ
ຄານເຕັກນິກການທະຫານ ເປີດຝຶກອົບຮົມໄລຍະສັ້ນ 10 ເດືອນ ການນໍາໃຊ້ ແລະ ສ້ອມແປງຣາດາ ຢ່າງເປັນທາງການໃນວັນທີ 01/02/2024,
ຈາກນັ້ນ, ສະຫາຍ ພັນເອກ ສີສົມພອນ ໃບສີ ຮອງຫົວໜ້າກົມເຕັກນິກເຫຼົ່າຮົບກໍ່ໄດ້ຂຶ້ນອ່ານເນື້ອໃນແຜນການຝຶກອົບຮົມໄລຍະສັ້ນ 10 ເດືອນ
ເຊິ່ງໄດ້ຍົກໃຫ້ເຫັນເຖິງຈຸດປະສົງ, ລະດັບຄາດ ໝາຍ , ເນື້ອໃນ, ກໍານົດເວລາ ໃຫ້ແຕ່ລະພາກຢ່າງລະອຽດ.

     ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ກ່າວ ແລະ ເນັ້ນ
ໜັກໃຫ້ສະຫາຍຜູ້ທີ່ໄດ້ເຂົ້າຝຶກອົບຮົມຍົກສູງຄວາມຮັບຜິດຊອບ, ຕັ້ງໃຈຝຶກຝົນຈົນກາຍເປັນອາຈານ ເພື່ອຖ່າຍທອດໃຫ້ຮຸ່ນຕໍ່ໄປ ເພື່ອສ້າງໃຫ້
ກອງທັບມີຄວາມທັນສະໄໝ ແລະ ຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ແຫຼ່ງຂ່າວໂດຍ ອານຸສອນ ວິລະວົງສາ
ວັນທີ 07/02/2024